ປະຫວັດຄວາມເປັນມາ
ແຂວງຈຳປາສັກ ເປັນດິນແດນ ແຫ່ງປະ ຫວັດສາດ ຂອງ
ຊົນຊາດຂອມ ຫລື ຂະ ເໝນບູຮານ ໃນ ລະຫວ່າງສະຕະວັດທີ່ 4-9. ເມື່ອ ຂອມເສື່ອມ ອຳນາດ ໃນສະຕະວັດທີ່ 10-12, ຊົນຊາດລາວ ທີ່ ເຄື່ອນຍ້າຍມາຈາກ ພາກໃຕ້ ຂອງ ຈີນ
ໄດ້ເຕົ້າໂຮມກັນ ແລະ ຢູ່ຮ່ວມກັບຊາວຂອມ. ພາຍຫລັງເຈົ້າຟ້າງຸ່ມ ໄດ້ເຕົ້າ ໂຮມດິນແດນເປັນ
ອັນ ໜຶ່ງອັນດຽວກັນ ອານາຈັກຈາມປາ ຫລື ຈຳປາສັກ ຂອງ ອານາຈັກ ລ້ານຊ້າງ ຈົນເຖິງ ສະ
ຕະວັດທີ່ 18. ໃນສະໃໝກ່ອນຝຣັ່ງຍຶດຄອງ
ເມືອງເອກຂອງແຂວງນີ້ຄື ເມືອງຈຳປາສັກ ຕັ້ງຢູ່ທາງຝັ່ງຂວາຂອງແມ່ນ້ຳຂອງ ແຕ່ຫຼັງຈາກຝຣັ່ງໄດ້ເຂົ້າມາຍຶດຄອງປະເທດລາວແລ້ວ
ກໍຍ້າຍເມືອງເອກໄປທີ່ປາກເຊ ຊຶ່ງຢູ່ທາງເໜືອຈາກ ຈຳປາສັກ ໄປ 30 ກິໂລແມັດ ແລະ ຢູ່ທາງຝັ່ງຊ້າຍແມ່ນ້ຳຂອງ .
![]() | |||||||||||||||
|
No comments:
Post a Comment