ແຂວງຈຳປາສັກ (ອັງກິດ: Champasak) ເປັນແຂວງຫນຶ່ງຂອງປະເທດລາວທີ່ຕັ້ງຢູ່ທາງທິດໃຕ້ຂອງປະເທດ
ເປັນແຂວງສຳຄັນທາງພາກໃຕ້ມາຕັ້ງແຕ່ສະໃໝບູຮານ ເປັນທີ່ຕັ້ງຂອງອານາຈັກຈຳປາສັກ
ເຄີຍຢູ່ໃນເຂດອານາຈັກຂອມບູຮານ ແຂວງນີ້ເປັນທີ່ຕັ້ງຂອງມໍລະດົກໂລກ ຜາສາດຫິນວັດພູ
ໃນສະໃໝກ່ອນປະເທດຝະລັ່ງຍຶດຄອງ ເມືອງເອກຂອງແຂວງນີ້ຄືເມືອງຈຳປາສັກ
ຕັ້ງຢູ່ທາງຝັ່ງຂວາຂອງແມ່ນ້ຳຂອງ ແຕ່ຫຼັງຈາກຝະລັ່ງໄດ້ເຂົ້າມາຍຶດຄອງປະເທດລາວແລ້ວ
ກໍຍ້າຍເມືອງເອກໄປທີ່ປາກເຊ ຊຶ່ງຢູ່ທາງເໜືອຈາກຈຳປາສັກໄປ 30 ກິໂລແມັດ
ແລະ ຢູ່ທາງຝັ່ງຊ້າຍແມ່ນໍ້າຂອງ
ແຂວງຈຳປາສັກນີ້ເປັນທີ່ຕັ້ງຂອງສຸດຍອດທຳມະຊາດຂອງປະເທດລາວມາກມາຍ ເຊ່ນ
ນໍ້າຕົກຄອນພະເພັງ ນໍ້າຕົກຜາສ້ວມ ນໍ້າຕົກຫຼີ່ຜີ ເຂດຕິດຕໍ່ຂອງແຂວງນີ້
ທາງຕະເວັນຕົກສາມາດຂ້າມໄປປະເທດໄທທາງຊ່ອງເມັກໄດ້ ແລະທາງໃຕ້
ຍັງສາມາດຂ້າມໄປກັມປູເຈຍທາງເວິນຄາມໄດ້ອີກດ້ວຍ.
ແຜ່ນທີ່ທ່ອງທ່ຽວແຂວງຈຳປາສັກ
No comments:
Post a Comment