ນໍ້າຕົກຕາດຄອນພະເພັງ ແມ່ນໜື່ງໃນບັນດາສະຖານທີ່ ນໍ້າຕົກຕາດທີ່ກວ້າງໃຫຍ່ທີ່ສຸດ ແລະ ມີແມ່ນໍ້າຂອງໄຫຼຜ່ານ ເປັນບໍລິເວນກວ້າງເຖິງ 14 ກິໂລ ແມັດ.ມີນໍ້າຕົກທີ່ສູງ ແລະ ແຮງທີ່ໜ້າປະທັບໃຈທີ່ສຸດ ໂດຍສະເພາະໃນລະດູຝົນ ກະແສນໍ້າຈະໄຫຼຄົດລ້ຽວ ແລະ ໂຫດຮ້າຍ. ນໍ້າຕົກຕາດແຫ່ງນີ້ ແມ່ນໄດ້ຖືກສະຖາປະນາໃຫ້ເປັນ ນໍ້າຕົກຕາດທີ່ໃຫຍ່ທີ່ສຸດ ທາງດ້ານບໍລິມາດ ຢູ່ໃນອາຊີຕາເວັນອອກສຽງ ໃຕ້. ນອກຈາກຄວາມສວຍງາມຂອງ ນໍ້າຕົກຄອນພະເພັງ ທີ່ເຕັມໄປດ້ວຍໂງ່ນຫີນສະຫຼັບຢາຍກັນແລ້ວ ກໍ່ຍັງມີພາບການທຳ ມາຫາກິນ ຂອງຊາວບ້ານຄື: ເຕັກນິກວິທີຈັບປາແບບດັ່ງເດີມ.
![]() |
ວັດພູ (ພາສາອັງກິດ: Vat Phou; ພາສາໄທ: ปราสาทหินวัดพู) ບູຮານສະຖານວັດຖຸ
ຕັ້ງຢູ່ພາກໃຕ້ຂອງລາວ ທີ່ແຂວງຈຳປາສັກ ຊຶ່ງເປັນແຂວງທີ່ມີຊາຍແດນຕິດກັບ ປະເທດກຳປູເຈຍ
ຫ່າງ ຈາກອັງກໍວັດປະມານ 200 ກິໂລແມັດ ແລະ ປະມານ 1 ຊົ່ວໂມງ ໄປທາງລົດຈາກປາກເຊ. ວັດພູຈຳປາສັກ ໄດ້ຖຶກຮັບຮອງ ໃຫ້ເປັນມໍລະດົກໂລກ ຈາກອົງການ ຢູເນສໂກ (UNESCO). ເປັນສະຖາປັດຕະຍະກຳພິເສດແຫ່ງໜື່ງ ທີ່ມີສິດເກົ່າແກ່ ຊຶ່ງເປັນ ອາຄານກົກເຄົ້າ ສ້າງຂື້ນໃນ ສັດຕະວັດທີ 6, ຈາກນັ້ນກໍ່ມີການຕໍ່ເຕີມຕາມຍຸກສະໄໝຕໍ່ມາ
ຈົນມາເຖິງສັດຕະວັດທີ 15. ວັດພູ
ເປັນບູຮານສະຖານທີ່ໄດ້ອິດທິພົນ ທາງດ້ານວັດທະນະທຳ ມາຈາກຫຼາຍແຫ່ງ ຊຶ່ງລວມມີສິລະປະຂອມ, ອິນດູ ແລະ ພຸດ ຕາມຮ່ອງຮອຍຫຼັກຖານທີ່ສະແດງໃຫ້ເຫັນ
ໃນລວດລາຍສິລະປະຕາມສະຖານທີ່ຕ່າງໆ ໃນຂົງເຂດວັດແຫ່ງນີ້ ບໍ່ວ່າຈະເປັນຮິດ ຄອງ ຫຼື
ການເຊື່ອຖື
|
ທ່ຽວຕາດຜາສ້ວມ
ຖ້າເວົ້າເຖິງນ້ຳຕົກຕາດແລ້ວ,
ຕາດຜາສ້ວມກໍເປັນອີກແຫ່ງໜຶ່ງທີ່ມີຄວາມສວຍງາມເປັນເອກະລັກໄປອີກແບບໜຶ່ງທີ່ໃຜໆໄດ້ໄປປາກເຊແລ້ວບໍ່ຄວນພາດທີ່ຈະໄປຢ້ຽມຊົມ.
ນອກຕາດຜາສ້ວມແລ້ວໃກ້ໆນັ້ນຍັງມີບ້ານຊົນເຜົ່າທີ່ຜູ້ຈັດການອຸທິຍານທ້າວບາຈຽງ
ໄດ້ຈັດຕັ້ງອະນຸລັກໄວ້ໃຫ້ນັກທ່ອງທ່ຽວໄດ້ສຳຜັດກິ່ນອາຍອັນດັ້ງເດີມຂອງວິຖີຊີວິດຂອງຊົນເຜົ່າທ້ອງຖິ່ນດິນຈຳປາສັກ.
No comments:
Post a Comment